ລາຍງານດ້ານກົນໄກການຈັດຕັ້ງ, ວຽກງານພັດທະນາຊັບພະຍາກອນມະນຸດ
ແລະ ນະໂຍບາຍສຳລັບຄູອາຈານ
*****
1. ດ້ານກົນໄກການຈັດຕັ້ງ
- ຄະນະອະທິການບໍດີ: ອະທິການບໍດີ 01 ທ່ານ ແລະ ຮອງອະທິການບໍດີ 04 ທ່ານ.
- ກົນໄກການຈັດຕັ້ງມະຫາຊົນ: ໜ່ວຍພັກ, ກຳມະບານ, ຊາວໜຸ່ມ, ສະມາຄົມນັກຮົບເກົ່າ.
- ປັດຈຸບັນມະຫາວິທະຍາໄລຮ່າຕິ້ງ ປະກອບມີ 09 ຫ້ອງ: ຫ້ອງຈັດຕັ້ງ-ບໍລິຫານ, ຫ້ອງກໍ່ສ້າງ, ຫ້ອງແຜນການ-ການເງິນ, ຫ້ອງຄຸ້ມຄອງບໍລິຫານ, ຫ້ອງກວດກາ, ຫ້ອງຄຸ້ມຄອງກໍ່ສ້າງເໜືອປະລິນຍາຕີ, ຫ້ອງກວດກາ, ສອບເສັງ ແລະ ຮັບປະກັນຄຸນນະພາບ, ຫ້ອງວຽກງານນັກຮຽນ-ນັກສຶກສາ, ຫ້ອງຄຸ້ມຄອງຄົ້ນຄວ້າວິທະຍາສາດ ແລະ ຮ່ວມມືສາກົນ.
- ປະກອບມີ 04 ສູນ: ສູນສຶກສາປະຈຳ, ສູນອັກສອນສາດ-ຄອມພິວເຕີ ແລະ ເຕັກນິກໂປແກມ, ສູນເຕັກໂນໂລຊີຂ່າວສານ ແລະ ຫໍສະມຸດ.
- ປະກອບມີ 01 ຄະນະ: ຄະນະຄຸ້ມຄອງໂຄງການ.
- ປະກອບມີ 08 ຄະນະ: ຄະນະສ້າງຄູທຳມະຊາດ, ຄະນະສ້າງຄູສັງຄົມ ແລະ ວັນນະຄະດີ, ຄະນະສ້າງຄູປະຖົມ-ອະນຸບານ, ຄະນະເຕັກນິກ-ເຕັກໂນໂລຊີ, ຄະນະທິດສະດີການເມືອງ, ຄະນະອັກສອນສາດ ແລະ ຄະນະເສດຖະສາດ-ບໍລິຫານທຸລະກິດ ຄະນະກະສິກໍາ
- ປະກອບມີ 02 ຄະນະວິຊາ: ຄະນະວິຊາສຶກສາກິລາ ແລະ ຄະນະວິຊາຈິດຕະສາດ-ການສຶກສາ.
ບັນດາຫ້ອງ, ຄະນະ, ສູນ, ຄະນະຂະແໜງການຕ່າງໆ ແລະ ຄະນະວິຊາ ລ້ວນແລ້ວແຕ່ມີກົນໄກການເຄື່ອກໄຫວ ເຊິ່ງມີຂໍ້ກຳນົດລະອຽດດ້ານພາລະບົດບາດ ແລະ ໜ້າທີ່. ໃນແຕ່ລະປີ ບົນພື້ນຖານພາລະໜ້າທີ່ ທີ່ໄດ້ຮັບມອບໝາຍ, ມະຫາວິທະຍາໄລໄດ້ດຳເນີນການກວດກາຄືນໃໝ່ກ່ຽວກັບບົດບາດ ແລະ ໜ້າທີ່ ຂອງບັນດາຫົວໜ່ວຍທີ່ຂື້ນກັບ, ດຳເນີນການຈັດສັນປັບປຸງໃນທົ່ວກົນໄກການຈັດຕັ້ງ ເພື່ອຮັບປະກັນການເຄື່ອນໄຫວໃຫ້ໄດ້ຮັບໝາກຜົນສູງສຸດ.
- ປະຈຸບັນມະຫາວິທະຍາໄລກຳລັງກໍ່ສ້າງຫຼາຍກວ່າ 54 ຂະແໜງວິຊາ, ໃນນັ້ນ ກໍ່ສ້າງລະດັບປະລິນຍາຕີປະກອບມີຂະແໜງວິຊາດັ່ງນີ້: ສ້າງຄູ (ກໍ່ສ້າງຄູອາຈານແກ່ບັນດາໂຮງຮຽນມັດທະຍົມຕອນຕົ້ນ ແລະ ມັດຖະຍົມຕອນປາຍ ເຊິ່ງລວມມີຂະແໜງ: ຄະນິດສາດ, ເຄມີສາດ, ຟີຊິກສາດ, ພາສາອັງກິດ, ທິດສະດີການເມືອງ, ຫວຽດນາມສາດ ແລະ ຂະແໜງການອື່ນໆຈຳນວນໜຶ່ງ); ເຕັກນິກ-ເຕັກໂນໂລຊີ (ເຕັກໂນໂລຊີຂ່າວສານ, ກໍ່ສ້າງ, ວິທະຍາສາດສິ່ງແວດລ້ອມ, ກະເສດສາດ); ອັກສອນສາດ (ພາສາອັງກິດ, ພາສາຈີນ); ເສດຖະສາດ (ບໍລິຫານທຸລະກິດ, ບັນຊີ, ການເງິນ-ການທະນາຄານ, ບໍລິຫານທ່ອງທ່ຽວ ແລະອື່ນໆ...) ກະສິກໍາ
ໃນຊ່ວງໄລຍະທີ່ໄກ້ຈະມາເຖິງ, ຍຸດທະສາດການພັດທະນາຂອງພວກຂ້າພະເຈົ້າ ແມ່ນການປັບປ່ຽນທິດທາງການກໍ່ສ້າງກຸ່ມຂະແໜງການເຕັກນິກ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງ ການດ້ານຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໃຫ້ແກ່ເຂດອຸດສາຫະກຳ, ບັນດາໂຄງການຈຸດສຸມສຳຄັນຂອງຊາດ ແລະ ແຂວງຮ່າຕິ້ງ.
2. ດ້ານວຽກງານການພັດທະນາຊັບພະຍາກອນມະນຸດ ແລະ ນະໂຍບາຍສຳລັບຄູອາຈານ
- ປັດຈຸບັນ ມະຫາວິທະຍາໄລ ມີພະນັກງານ, ຄູອາຈານ ເກືອບ 336 ຄົນ, ອາຈານສອນມີຈຳນວນ 218 ຄົນ. ຈຳນວນອາຈານທີ່ມີລະດັບການສຶກສາເໜືອປະລິນຍາຕີ ກວມຈຳນວນກ່ວາ 75%, ສາດສະດາຈານ 01 ທ່ານ, ຮອງສາດສະດາຈານ 01 ທ່ານ, ປະລິນຍາເອກ 15 ທ່ານ, 40 ທ່ານ ກຳລັງສຶກສາລະດັບເໜືອປະລິນຍາໂທ, ມີຫຼາຍທ່ານທີ່ກຳລັງສຶກສາຢູ່ ອາເມລິກາ, ອົດສະຕາລີ, ຣັດເຊຍ, ນິວຊີແລນ, ໄທ... ພວກຂ້າພະເຂົ້າຂໍຢັ້ງຢືນວ່າ ພະນັກງານຄູອາຈານເຫຼົ່ານີ້ແມ່ນກຳລັງແຮງອັນສຳຄັນທີ່ສຸດຂອງມະຫາວິທະຍາໄລຂອງພວກຂ້າພະເຈົ້າ, ເພາະສະນັ້ນ ວຽກງານການພັດທະນາຊັບພະ ຍາກອນມະນຸດຍາມໃດກໍ່ໄດ້ຮັບການເອົາໃຈໃສ່ເປັນພິເສດຈາກການນຳມະຫາວິທະຍາໄລ.
- ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ດ້ານການກໍ່ສ້າງໃຫ້ນັບມື້ນັບເປີດກວ້າງ, ພະ ນັກງານຄູອາຈານ ມີການຮັບເຂົ້າມາໃໝ່ໃນແຕ່ລະປີ. ບຸກຄົນເຫຼົ່ານີ້ຕ້ອງແມ່ນບັນດາບຸກຄົນທີ່ເກັ່ງດ້ານວິຊາສະເພາະທີ່ສຸດ ແລະ ມີໃຈມັກໃນອາຊີບອາຈານສອນມະຫາວິທະຍາໄລ. ບັນດາຊ່ຽວຊານທີ່ເປັນສາດສະດາຈານ, ຮອງສາດສະດາຈານ; ບັນດາບຸກຄົນທີ່ມີຄວາມຮູ້ລະດັບປະລິນຍາເອກ ຖ້າມາເຮັດວຽກນຳມະຫາວິທະຍາໄລ ຈະໄດ້ຮັບບູລິມິດໃນການຊ່ວຍເຫຼືອຫຼາຍຢ່າງຈາກແຂວງ ເຊັ່ນ: ດ້ານການເງິນ, ທີ່ດິນ, ແລະ ບັນດາເງື່ອນໄຂການເຮັດວຽກທີ່ສະດວກສະບາຍ. ບັນດານັກສຶກສາທີ່ຈົບປະລິນຍາຕີປະເພດດີເດັ່ນ, ປະເພດເກັ່ງ ຂອງໂຮງຮຽນແມ່ນລ້ວນແລ້ວແຕ່ມີຄຸນນະພາບທີ່ເຊື່ອໝັ້ນໄດ້; ບັນດານັກສຶກສາທີ່ຈົບປະລິນຍາປະເພດດີເດັ່ນ ຢູ່ ບັນດາປະເທດທີ່ມີພື້ນຖານການສຶກສາທີ່ພັດທະນາແລ້ວ ແມ່ນລ້ວນແຕ່ໄດ້ຮັບການເອົາໃຈໃສ່ດຶງດູດເອົາບຸກຄົນເຫຼົ່ານັ້ນ ເຊິ່ງຈະໄດ້ຮັບບູລິມະສິດຢ່າງເໝາະສົມ.
- ປັດຈຸບັນ ວຽກງານການກໍ່ສ້າງ, ບຳລຸງຍົກລະດັບພະນັກງານຄູອາຈານຍາມໃດກໍ່ໄດ້ຮັບການເອົາໃຈໃສ່ເລັງເຫັນເຖິງຄວາມສຳຄັນ, ໂດຍສະເພາະແມ່ນການກໍ່ສ້າງລະດັບປະລິນຍາເອກ ເຊິ່ງໄດ້ມີນະໂຍບາຍຊ່ວຍເຫຼືອດ້ານການເງິນ, ຊອກວຽກເຮັດງານທຳ. ໃນແຕ່ລະປີ ມະຫາວິທະຍາໄລ ໄດ້ສົ່ງພະນັກງານຄູອາຈານໄປສຶກສາລະດັບເໜືອປະລິນຍາຕີຢູ່ໃນ ແລະ ຕ່າງປະເທດ, ປັດຈຸບັນ ມີ 40 ຄົນ ທີ່ກຳລັງສຶກສາລະດັບເໜືອປະລິນຍາຕີ, ໃນນັ້ນ ມີຈຳນວນ 21 ຄົນ ທີ່ກຳລັງສຶກສາລະດັບປະລິນຍາເອກ ຢູ່ໃນ ແລະ ຕ່າງປະເທດ.
- ເພີ່ມທະວີ, ປະສານສົມທົບຮ່ວມມືສາກົນ ໃນຂະແໜງການກໍ່ສ້າງຄູອາຈານ, ຍົກຕົວຢ່າງເຊັ່ນ: ສົມທົບກັບບັນດາມະຫາວິທະຍາໄລ ທີ່ມີຄຸນນະພາບໃນທົ່ວໂລກ ເພື່ອສົ່ງຄູອາຈານໄປສຶກສາ, ກໍ່ສ້າງວິຊາສະເພາະທີ່ຈຳເປັນ.
ພ້ອມດຽວກັນນັ້ນ, ມະຫາວິທະຍາໄລ ກໍ່ໄດ້ສົ່ງພະນັກງານຄູອາຈານເຂົ້າຮ່ວມການຝຶກອົບຮົມບຳລຸງຍົກລະດັບວິຊາສະເພາະ ທີ່ກະຊວງສຶກສາ ແລະ ກໍ່ສ້າງ ແລະ ບັນດາຂະແໜງການຈັດຕັ້ງຕ່າງໆຈັດຂື້ນ; ເຂົ້າຮ່ວມກອງປະຊຸມສຳມະນາ, ກອງປະຊຸມວິທະຍາສາດຕ່າງໆ ທັງໃນ ແລະ ຕ່າງປະເທດ.
- ດ້ານວຽກງານການສຶກສາ ແລະ ບຳລຸງຍົກລະດັບດ້ວຍຕົນເອງຂອງພະນັກງານຄູອາຈານ ກໍ່ໄດ້ຮັບການເອົາໃຈໃສ່ຈາກມະຫາວິທະຍາໄລ, ທາງມະຫາວິທະຍາໄລມີຂໍ້ກຳນົດໃຫ້ແກ່ພະນັກງານຄູອາຈານແຕ່ລະຄົນຕ້ອງເຮັດກິດຈະກຳສຶກສາດ້ວຍຕົນເອງໃນແຕ່ລະປີ ແລະ ໄດ້ຮັບການຕີລາຄາຈັດປະເພດພະນັກງານອີກດ້ວຍ.
- ມີການເອົາໃຈໃສ່ຢ່າງຄົບຖ້ວນດ້ານແນວຄິດ, ຄວາມມຸ່ງມາດປາດຖະໜາ, ສະພາບແວດລ້ອມ, ເງື່ອນໄຂການເຮັດວຽກໃຫ້ແກ່ພະນັກງານຄູອາຈານ ແລະ ຜູ້ອອກແຮງງານ ເພື່ອໃຫ້ເຂົາເຈົ້າຕິດພັນ ແລະ ເຮັດວຽກຢ່າງມີໝາກຜົນສູງສຸດ. ນອກຈາກເງິນເດືອນຂອງລັດແລ້ວ, ທາງມະຫາວິທະຍາໄລຍັງໄດ້ສ້າງເງື່ອນໄຂເພີ່ມແຫຼ່ງລາຍຮັບໃຫ້ແກ່ພະນັກງານຄູອາຈານ. ໃຫ້ພະນັກງານຄູອາຈານທັງໝົດຮັບປະທານອາຫານທ່ຽງໂດຍບໍ່ໄດ້ເສຍຄ່າ; ຮັບປະກັນຢ່າງຄົບຖ້ວນທາງດ້ານນະໂຍບາຍປະກັນສັງຄົມ, ປະກັນສຸຂະພາບ ແລະ ບັນດານະໂຍບາຍອື່ນໆ ສຳລັບຜູ້ອອກແຮງງານ.
ດ້ວຍວິທີການດັ່ງທີ່ໄດ້ຍົກມາຂ້າງເທິງນີ້, ພະນັກງານຄູອາຈານ ແລະ ຜູ້ອອກແຮງງານຂອງມະຫາວິທະຍາໄລນັບມື້ນັບໄດ້ຮັບການຍົກສູງດ້ານຄຸນນະພາບ ແລະ ປະລິມານ, ມີຄວາມຫ້າວຫັນໃນການເຮັດວຽກ, ມີຫົວຄິດປະດິດສ້າງ ແລະ ອຸນອຽນທຸ່ນທ່ຽງຕິດພັນກັບພາລະກິດການພັດທະນາຂອງມະຫາວິທະຍາໄລ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ໃນໄລຍະເວລາບໍ່ດົນ ມະຫາວິທະຍາໄລຮ່າຕິ້ງ ຈະເປັນໃຈກາງການກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຂອງແຂວງ ແລະ ຂອງປະເທດ, ສາ ມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່ນັບມື້ນັບສູງຂື້ນ.
ແນະນຳກ່ຽວກັບມະຫາວິທະຍາໄລຮ່າຕິ້ງ
*****
ວັນທີ 09/03/2007, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດອອກຂໍ້ຕົກລົງສະບັບເລກທີ 318/ຂຕລ.ນຍ ວ່າດ້ວຍການສ້າງຕັ້ງ ມະຫາວິທະຍາໄລຮ່າຕິ້ງ ບັນພື້ນຖານການຍົກລະດັບວິທະຍາໄລສ້າງຄູຮ່າຕິ້ງ, ສາຂາມະຫາວິທະຍາໄລວິງ ແລະ ໂຮງຮຽນເສດຖະກິດຊັ້ນກາງຮ່າຕິ້ງ ເພື່ອລວມເຂົ້າເປັນ ມະຫາວິທະຍາໄລຮ່າຕິ້ງ.
ມະຫາວິທະຍາໄລຮ່າຕິ້ງ ແມ່ນມະຫາວິທະຍາໄລໜຶ່ງທີ່ໄດ້ຮັບການສ້າງຕັ້ງ ເຊິ່ງປະກອບມີຫຼາຍຂັ້ນ, ຫຼາຍຂະແໜງການ ທີ່ເຮັດໜ້າທີ່ໃນການກໍ່ສ້າງຊັບພະຍາກອນມະນຸດ, ຄົ້ນຄວ້າວິທະຍາສາດ, ຕອບສະໜອງ ແລະ ຖ່າຍທອດເຕັກໂນໂລຊີຮັບໃຊ້ພາລະກິດການຫັນເປັນອຸດສາຫະກຳ ແລະ ທັນສະໃໝ ຂອງ ແຂວງຮ່າຕິ້ງ ແລະ ຂອງປະເທດ.
1. ດ້ານກົນໄກການຈັດຕັ້ງ
- ຄະນະອະທິການບໍດີ: ອະທິການບໍດີ 01 ທ່ານ ແລະ ຮອງອະທິການບໍດີ 04 ທ່ານ.
- ກົນໄກການຈັດຕັ້ງມະຫາຊົນ: ໜ່ວຍພັກ, ກຳມະບານ, ຊາວໜຸ່ມ, ສະມາຄົມນັກຮົບເກົ່າ.
- ປັດຈຸບັນມະຫາວິທະຍາໄລຮ່າຕິ້ງ ປະກອບມີ 09 ຫ້ອງ
- ປະກອບມີ 04 ສູນ
- ປະກອບມີ 01 ຄະນະຄຸ້ມຄອງໂຄງການ.
- ປະກອບມີ 08 ຄະນະ
- ປະກອບມີ 02 ຄະນະວິຊາ
ລ້ວນແລ້ວແຕ່ມີກົນໄກການເຄື່ອກໄຫວ ເຊິ່ງມີຂໍ້ກຳນົດລະອຽດດ້ານພາລະບົດບາດ ແລະ ໜ້າທີ່.
2. ດ້ານການກໍ່ສ້າງ
ປະຈຸບັນມະຫາວິທະຍາໄລກຳລັງກໍ່ສ້າງຫຼາຍກວ່າ 54 ຂະແໜງວິຊາ, ໃນນັ້ນ ກໍ່ສ້າງລະດັບປະລິນຍາຕີປະກອບມີຂະແໜງວິຊາດັ່ງນີ້: ສ້າງຄູ; ເຕັກນິກ-ເຕັກໂນໂລຊີ (ເຕັກໂນໂລຊີຂ່າວສານ, ກໍ່ສ້າງ, ວິທະຍາສາດສິ່ງແວດລ້ອມ, ກະເສດສາດ); ອັກສອນສາດ (ພາສາອັງກິດ, ພາສາຈີນ); ເສດຖະສາດ (ບໍລິຫານທຸລະກິດ, ບັນຊີ, ການເງິນ-ການທະນາຄານ, ບໍລິຫານທ່ອງທ່ຽວ ແລະອື່ນໆ...), ກະສິກໍາ
ນັກສຶກສາໃນປະຈຸບັນ: 9000 ຄົນ
3. ດ້ານຍຸດທະສາດການພັດທະນາ
- ໃນຊ່ວງໄລຍະທີ່ໄກ້ຈະມາເຖິງ, ຍຸດທະສາດການພັດທະນາຂອງພວກຂ້າພະເຈົ້າ ແມ່ນການປັບປ່ຽນທິດທາງການກໍ່ສ້າງກຸ່ມຂະແໜງການເຕັກນິກ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງ ການດ້ານຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໃຫ້ແກ່ເຂດອຸດສາຫະກຳ, ບັນດາໂຄງການຈຸດສຸມສຳຄັນຂອງຊາດ ແລະ ແຂວງຮ່າຕິ້ງ.
- ປັດຈຸບັນ ມະຫາວິທະຍາໄລ ມີພະນັກງານ, ຄູອາຈານ ເກືອບ 336 ຄົນ, ອາຈານສອນມີຈຳນວນ 218 ຄົນ. ຈຳນວນອາຈານທີ່ມີລະດັບການສຶກສາເໜືອປະລິນຍາຕີ ກວມຈຳນວນກ່ວາ 75%, ສາດສະດາຈານ 01 ທ່ານ, ຮອງສາດສະດາຈານ 01 ທ່ານ, ປະລິນຍາເອກ 15 ທ່ານ, 40 ທ່ານ ກຳລັງສຶກສາລະດັບເໜືອປະລິນຍາໂທ, ມີຫຼາຍທ່ານທີ່ກຳລັງສຶກສາຢູ່ ອາເມລິກາ, ອົດສະຕາລີ, ຣັດເຊຍ, ນິວຊີແລນ... ພວກຂ້າພະເຂົ້າຂໍຢັ້ງຢືນວ່າ ພະນັກງານຄູອາຈານເຫຼົ່ານີ້ແມ່ນກຳລັງແຮງອັນສຳຄັນທີ່ສຸດຂອງມະຫາວິທະຍາໄລຂອງພວກຂ້າພະເຈົ້າ, ເພາະສະນັ້ນ ວຽກງານການພັດທະນາຊັບພະຍາ ກອນມະນຸດຍາມໃດກໍ່ໄດ້ຮັບການເອົາໃຈໃສ່ເປັນພິເສດຈາກການນຳມະຫາວິທະຍາໄລ.
- ຄາດຄະເນໃນອານາຄົດອັນໄກ້ນີ້, ລະດັບການກໍ່ສ້າງຂອງມະຫາວິທະຍາໄລ ຈະມີນັກສຶກສາປະມານ 10.000 ຄົນ.
- ການເປີດກວ້າງການຮວ່ມມືສາກົນຍິ່ງຂຶ້ນ, ສົມທົບກັບບັນດາມະຫາວິທະຍາໄລ ທີ່ມີຄຸນນະພາບໃນໂລກ ເພື່ອພົບປະແລກປ່ຽນພະນັກງານຄູອາຈານ ກໍ່ຄືການຮ່ວມມືໃນການກໍ່ສ້າງ ແລະ ຄົ້ນຄວ້າວິທະຍາສາດ. ປັດຈຸບັນພວກຂ້າພະເຈົ້າກຳລັງກໍ່ສ້າງນັກສຶກສາຂອງ ສປປ ລາວ ຈຳນວນ 900 ກວ່າຄົນ ເຊິ່ງກຳລັງສຶກສາໃນຫຼາຍຂະແໜງວິຊາທີ່ຕ່າງກັນ.
ປັດຈຸບັນ ມະຫາວິທະຍາໄລຫຼັງໃໝ່ກຳລັງໄດ້ຮັບການກໍ່ສ້າງ ເຊິ່ງມີເນື້ອທີ່ປະມານ 80 ເຮັກຕ້າ. ໃນສົກປີໜ້າ ນັກສຶກສາພາກສ່ວນໜຶ່ງຂອງມະຫາວິທະຍາໄລຈະເຂົ້າໄປຮຽນຢູ່ຫຼັງໃໝ່. ຫວັງວ່າໃນຄັ້ງໜ້າ ພວກຂ້າພະເຈົ້າ ຈະໄດ້ຕ້ອນຮັບບັນດາແຂກທີ່ມີກຽດຢູ່ທີ່ມະຫາວິທະຍາໄລຫຼັງໃໝ່ເຊິ່ງມີພື້ນຖານວັດຖຸທີ່ທັນສະໄໝກວ່າເກົ່າ.
4. ເຄື່ອງມືການຮຽນ - ການສິດສອນ
ປັດຈຸບັນ ມະຫາວິທະຍາໄລ ມີລະບົບຫໍສະຫມຸດເອເລັກໂຕຣນິກຊ່ວຍໃຫ້ການຮຽນຮູ້ຄົ້ນຄວ້າສຶກສາຂໍ້ມູນຂອງນັກສຶກສາແລະຄູອາຈານ. ລະບົບຫ້ອງທົດລອງຊ່ວຍໃນການຮຽນຮູ້ພາສາຕ່າງປະເທດແລະການທົດລອງໃນຄອມພິວເຕີມະຫາວິທະຍາໄລໄດ້ໃຫ້ການລົງທຶນທີ່ສໍາຄັນ.
5. ດ້ວຍຍຸດທະວິທີດ້ານການພັດທະນາ ພະນັກງານຄູອາຈານ; ມີນະໂຍບາຍບູລິມະສິດ ແລະ ວິທີການຄຸ້ມຄອງຢ່າງມີວິທະຍາສາດ, ພະນັກງານຄູອາຈານ ແລະ ຜູ້ອອກແຮງງານ ຂອງມະຫາວິທະຍາໄລນັບມື້ນັບໄດ້ຮັບການຍົກສູງດ້ານຄຸນນະພາບ ແລະ ປະລິມານ, ມີຄວາມຫ້າວຫັນໃນການເຮັດວຽກ, ມີຫົວຄິດປະດິດສ້າງ ແລະ ອຸນອຽນທຸ່ນທ່ຽງຕິດພັນກັບພາລະກິດການພັດທະນາຂອງມະຫາວິທະຍາໄລ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ໃນໄລຍະເວລາບໍ່ດົນ ມະຫາວິທະຍາໄລຮ່າຕິ້ງ ຈະເປັນໃຈກາງການກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຂອງແຂວງ ແລະ ຂອງປະເທດ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່ນັບມື້ນັບສູງຂື້ນ.
ມະຫາວິທະຍາໄລ ແຂວງຮ່າຕິ້ງ ເລກທີ 447, ຖະໜົນ 26/3, ຄຸ້ມດ້າຍໜ່າຍ, ນະຄອນຮ່າຕິ້ງ, ແຂວງຮ່າຕິ້ງ. ໂທລະສັບ: 0084 393 886 214 ໂທລະສັບມືຖື: 0084 949 120 837 ແຟັກ: 0084 393 885 224 Email: contact@htu.edu.vn; dinh.nguyenvan.qlkh@htu.edu.vn Website: www.htu.edu.vn |
ບາງຂໍ້ກຳນົດສຳລັບນັກຮຽນລາວ
ທີ່ຈະເຂົ້າຮຽນທີ່ມະຫາວິທະຍາໄລແຂວງຮ່າຕິ້ງ
*********
ມະຫາວິທະຍາໄລແຂວງຮ່າຕິ້ງ ແມ່ນມະຫາວິທະຍາໄລແຫ່ງໜື່ງ ທີ່ກໍ່ສ້າງ ວິຊາສະເພາະໃນຫຼາຍລະດັບ, ຫຼາຍຂະແໜງການ, ກໍ່ສ້າງບຸກຄະລາກອນທີ່ມີຄຸນນະພາບສູງ ເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມຂອງ ແຂວງຮ່າຕິ້ງ, ຂອງທົ່ວປະເທດ ແລະ ສາ ກົນ, ໂດຍສະເພາະແມ່ນ ກໍ່ສ້າງບຸກຄະລາກອນ ໃຫ້ແກ່ແຂວງຕ່າງໆຂອງ ສປປ ລາວ.
I. ເອກະສານລົງທະບຽນ (ນັກຮຽນແຕ່ລະຄົນທີ່ຈະເຂົ້າຮຽນຕ້ອງໄດ້ກະກຽມ ເອກະສານທັງໝົດ 03 ຊຸດ ແລະ ຕ້ອງແປອອກເປັນພາສາຫວຽດນາມ)
1. ເຂົ້າຮຽນພາສາຫວຽດ (ສຳລັບທຸກເປົ້າໝາຍທີ່ເຂົ້າຮຽນ ເຊິ່ງປະກອບມີ: ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ ແລະ ນັກສຶກສາ).
* ເອກະສານປະກອບມີ:
- ໃບນໍາສົ່ງຂອງພະແນກສຶກສາທິການ ແລະ ກິລາ ຫຼື ພະແນກການຕ່າງປະເທດແຂວງ
- ເອກະສານສ່ວນບຸກຄົນ:
+ ໃບກວດສຸຂະພາບ
+ ໃບສະເໜີຂໍເຂົ້າຮຽນພາສາຫວຽດທີ່ມະຫາວິທະຍາໄລ ແຂວງຮ່າຕິ້ງ
2. ເຂົ້າສຶກສາລະດັບປະລິນຍາຕີ (ສຳລັບນັກຮຽນທີ່ໄດ້ຮຽນຈົບຫຼັກສູດ ມັດທະຍົມຕອນປາຍ)
* ເອກະສານປະກອບມີ:
- ຂໍ້ຕົກລົງອະນຸມັດເຂົ້າຮຽນທີ່ມະຫາວິທະຍາໄລ ແຂວງຮ່າຕິ້ງ ຂອງກະຊວງ ສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ
- ຂໍ້ຕົກລົງອະນຸມັດເຂົ້າຮຽນທີ່ມະຫາວິທະຍາໄລ ແຂວງຮ່າຕິ້ງ ຂອງຄະນະກຳມະການ ປະຊາຊົນ ແຂວຮ່າຕິ້ງ ແລະ ອຳນາດການປົກຄອງບັນດາແຂວງຂອງ ສປປ ລາວ
- ເອກະສານສ່ວນບຸກຄົນ:
+ ປະກາສະນີຍະບັດຈົບຊັ້ນມັດຖະຍົມຕອນປາຍ ຫຼື ໃບຢັ້ງຢືນຊົ່ວຄາວ (ສຳເນົາກອບປີ້ມີກາຈໍ້າຢັ້ງຢືນ)
+ ໃບຄະແນນຈົບຊັ້ນມັດຖະຍົມຕອນປາຍ
+ ໃບກວດສຸຂະພາບ
+ ໃບສະເໜີຂໍເຂົ້າຮຽນພາສາຫວຽດ ທີ່ ມະຫາວິທະຍາໄລ ແຂວງຮ່າຕິ້ງ
+ ນັກຮຽນຕ້ອງໄດ້ຮຽນຜ່ານຫຼັກສູດພາສາຫວຽດ ທີ່ ມະຫາວິທະຍາໄລ ແຂວງຮ່າຕິ້ງ ແລະ ຕ້ອງເສັງຈົບຫຼັກສູດ ຫຼື ມີໃບຢັ້ງຢືນຈົບຫຼັກສູດການຮຽນພາສາຫວຽດສຳລັບ ກຽມເຂົ້າຮຽນລະດັບປະລິນຍາຕີ.
ໝາຍເຫດ: ເອກະສານທີ່ປະກອບທຸກສະບັບຕ້ອງໄດ້ກອບປີ້ ແລະ ຈໍ້າກາຢັ້ງຢືນ.
III. ເງິນອຸດໜູນນັກຮຽນ ແລະ ຄ່າຮຽນ
1. ສຳລັບນັກຮຽນໃນແຜນ ທີ່ໄດ້ຮັບເງິນອຸດໜູນ ຈາກຄະນະກຳມະການປະຊາຊົນ ແຂວງຮ່າຕິ້ງຕ້ອງມີຂໍ້ຕົກລົງອະນຸມັດທຶນໃນແຜນເຂົ້າຮຽນ ທີ່ ມະຫາວິທະຍາໄລ ແຂວງຮ່າຕິ້ງ ຂອງຄະນະກໍາມະການປະຊາຊົນ ແຂວຮ່າຕິ້ງ ແລະ ອຳນາດການປົກຄອງບັນດາແຂວງຂອງ ສປປ ລາວ.
2. ສຳລັບນັກຮຽນນອກແຜນ
- ຫຼັກສູດຮຽນພາສາຫວຽດ: 300$/ປີ
- ຫຼັກສູດຮຽນວິຊາສະເພາະ: 400$/ປີ
(ລາຍຈ່າຍທີ່ລະບຸມາຂ້າງເທິງປະກອບມີພຽງຄ່າຮຽນ ແລະ ຄ່າຫໍພັກ; ບໍ່ໄດ້ລວມຄ່າໃຊ້ຈ່າຍອື່ນໆ)
IV. ສຳລັບນະໂຍບາຍເງິນອຸດໜູນ (ນັກຮຽນໃນແຜນ)
ນັກສຶກສາທີ່ເຂົ້າຮຽນຢູ່ມະຫາວິທະຍາໄລ ແຂວງຮ່າຕິ້ງ ຈະໄດ້ຮັບນະໂຍບາຍ ບູລິມະສິດຫຼາຍຢ່າງເຊິ່ງປະກອບມີ: ເງິນອຸດໜູນນັກຮຽນປະເພດຕ່າງໆ; ຄ່າຮຽນ, ຄ່າຫໍພັກ ແລະ ຄ່າບໍລິຫານອື່ນໆທີ່ຕໍ່າ.
ນອກຈາກນັກຮຽນທີ່ຈັດຢູ່ໃນປະເພດນັກຮຽນໃນແຜນທີ່ແຂວງຮ່າຕິ້ງຊ່ວຍເຫຼືອ, ໃນແຕ່ລະປີ ມະຫາວິທະຍາໄລຍັງມີນະໂຍບາຍສະເພາະສຳລັບນັກຮຽນນອກແຜນຂອງແຂວງຕ່າງໆ ເຊັ່ນ: ສຳລັບນັກຮຽນນອກແຜນໃນທຸກໆ 10 ຄົນ ຂອງແຕ່ລະແຂວງທີ່ເຂົ້າຮຽນພາສາຫວຽດ ຫຼື ວິຊາສະເພາະ, ມະຫາວິທະຍາໄລ ແຂວງຮ່າຕິ້ງ ຈະມີນະໂຍບາຍຊ່ວຍເຫຼືອ 02 ທຶນ (ຊ່ວຍເຫຼືອຄ່າຮຽນ ແລະ ຄ່າຫໍພັກຕະຫຼອດໄລຍະເວລາຮຽນພາສາຫວຽດ 09 ເດືອນ ແລະ ຮຽນປະລິນຍາຕີ 04 ປີ).
ມະຫາວິທະຍາໄລ ແຂວງຮ່າຕິ້ງ ກຳລັງຊຸກຍູ້ວຽກງານຍົກສູງຄຸນນະພາບການກໍ່ສ້າງ ຮອບດ້ານເທື່ອລະຂັ້ນ, ໂດຍສະເພາະສຳລັບນັກຮຽນລາວ, ກໍ່ສ້າງສະພາບແວດລ້ອມ ຂອງການຮຽນທີ່ຂັນແຂງ ແລະ ດີ ສຳລັບນັກສຶກສາລາວ ດ້ວຍວິທີການຕ່າງໆ ຢ່າງພ້ອມພຽງກັນ, ສູ້ຊົນໃຫ້ກາຍເປັນສູນການກໍ່ສ້າງບຸກຄະລາກອນທີ່ມີຄຸນນະພາບ ແລະ ເຊື່ອຖືໄດ້ທັງໃນປະເທດ ແລະ ພາກພື້ນ.
|
ມະຫາວິທະຍາໄລຮ່າຕິ໋ງ ຫ້ອງການຄົ້ນຄວ້າວິໄຈວິທະຍາສາດ ແລະການຮ່ວມມືສາກົນ ເລກທີ່: 447 ຖະໜົນ 26/3 ເຟືອງດາຍນ່າຍເມືອງຮ່າຕິ໋ງ ແຂວງຮ່າຕິ໋ງຫວຽດນາມ ເບີໂທ: (0084)393 886 214
|
ໃບສະມັກເຂົ້າຮຽນທີ່ມະຫາວິທະຍາໄລຮ່າຕິ່ງ
**ສ່ວນຂອງຜູ້ສະໝັກ
1. ຫຼັກສູດຮຽນພາສາຫວຽດນາມ(ໝາຍຕິກເອົາຫຼັກສູດທີ່ທ່ານເລືອກ)
1.1ພາສາຫວຽດນາມ
ຫຼັກສູດ | ເວລາ |
ພາສາຫວຽດນາມເພື່່່່່່່່່່່່່ອການສືກສາຕໍ່ | 09 ເດືອນ |
ພາສາຫວຽດນາມເພື່່ອການສື່ສານທົ່ວໄປ | 06ເດືອນ |
ພາສາຫວຽດນາມຫຼັກສູດໄລຍະສັ້ນ | 03ເດືອນ |
1.2ວິຊາຊີບ (ລະບຸສາຂາວິຊາທີ່ທ່ານເລືອກ):......................................................................
...................................................................................................................................
...................................................................................................................................
2.ເລີ່ມຕົ້ນການສືກສາ:
ປີການສືກສາ: …………………………… ພາກຕົ້ນ1; ພາກປາຍ2; ພາກພັກແລ້ງ
3. ຂໍ້ມູນສ່ວນຕົວ
ຊື່ | ນາມສະກຸນ | ຊື່ກາງ |
……………………………………. | …………………………………… | ……………………………………… |
ເພດ: ຊາຍ ຍິງ ສະຖານະການສົມຮົດ: ໂສດ ສົມຣົດ
ວັນເກີດ(ວັນ/ເດືອນ/ປີ):…………/…………/…………
ປະເທດ:……………………………………. ສັນຊາດ: .................................................................
ທີ່ຢູ່ປັດຈຸບັນ: ..............................................................................................................
................................................................................................................................
................................................................................................................................
ອີເມວ:....................................................................................................................
ເບີໂທລະສັບ: ..……………………………………………… ແຟັກ: …………………………………………….
ຄົນທີ່ສາມາດຕິດຕໍ່ໄດ້: ............................................................................................
................................................................................................................................
................................................................................................................................
ອີເມວ:....................................................................................................................
ເບີໂທລະສັບ: ………………………………………………… ແຟັກ: ……………………………………………
ລະດັບ |
ສະຖາບັນການສືກສາ |
ຄະແນນສະເລ່ຍ | ປີຈົບການສືກສາ |
5. ຄວາມສົນໃຈແລະຈຸດປະສົງທີ່ເລືອກສະໝັກເຂົ້າຮຽນທີ່ມະຫາວິທະຍາໄລຮ່າຕິ່ງ
(ກະລຸນາລະບຸຄວາມສົນໃຈແລະຈຸດປະສົງໃນການເລືອກສະໝັກເຂົ້າຮຽນ)
................................................................................................................................
................................................................................................................................
................................................................................................................................
................................................................................................................................
................................................................................................................................
................................................................................................................................
ເວົ້າ | ອ່ອນ | ພໍໃຊ້ | ດີ | ດີຫຼາຍ |
ຟັງ | ອ່ອນ | ພໍໃຊ້ | ດີ | ດີຫຼາຍ |
ອ່ານ | ອ່ອນ | ພໍໃຊ້ | ດີ | ດີຫຼາຍ |
ຂຽນ | ອ່ອນ | ພໍໃຊ້ | ດີ | ດີຫຼາຍ |
ເອກະສານ | ຈຳນວນ |
ໃບສະມັກພ້ອມຕິດຮູບຖ່າຍ | 02 ໃບ |
ສຳເນົາກ໊ອບປີ້ຜົນການຮຽນລະດັບມັດທະຍົມ ມໍ ປາຍ | 02 ໃບ |
ສຳເນົາໜັງສືເດີນທາງ | 02 ໃບ |
ໜັງສືແນະນຳຂອງສຳນັກງານຫ້ອງການທີ່ເປັນຕົວແທນ | 02 ໃບ |
ໃບຮັບຮອງຈົບການສືກສາລະດັບ ມໍ ປາຍ | 02 ໃບ |
ຫຼັກຖານການສອບເສັງພາສາຫວຽດນາມຫຼືພາສາອັງກິດ(ຖ້າມີ) | 02 ໃບ |
ໃບກວດສຸຂະພາບ | 02 ໃບ |
**ໝາຍເຫດ: ເອກະສານທີ່ໃຊ້ເປັນສຳເນົາກ໊ອບປີ້ຕ້ອງມີກາຈ້ຳຢັ້ງຢືນ. |
8.ຄຳສັນຍາ
8.1ຄຳສັນຍາຂອງນັກຮຽນ/ນັກສືກສາ
ຂ້າພະເຈ້າ: ……………………………………………… ຂໍຮັບຮອງວ່າຂໍ້ມູນຂ້າງເທິງເປັນຄວາມຈີງທຸກປະການແລະເອກະສານທີ່ປະກອບເປັນຄວາມຈີງທຸກປະການ ຫາກເປັນຂໍ້ມູນປອມ ຂ້າພະເຈົ້າຈະເສຍສິດໃນການເຂົ້າສືກສາທີ່ມະຫາວິທະຍາໄລຮ່າຕິ່ງແລະຂ້າພະເຈົ້າຍິນດີທີ່ຈະເຮັດຕາມລະບຽບຂອງມະຫາວິທະຍາໄລທຸກຢ່າງ
ຜູ້ສະໝັກ(ເຊັນແລະລະບຸຊື່): ………………………………
(……………………………….)
ວັນ…..ເດືອນ…..ປີ20….
8.2 ສັນຍາຂອງຜູ້ປົກຄອງ
ຂ້າພະເຈົ້າເປັນຜູ້ປົກຄອງຂອງ:
ຂໍສັນຍາວ່າ:
- ຕົກລົງໃຫ້: ……………………………………… ໃຫ້ມາຮຽນທີ່ມະຫາວິທະຍາໄລຮ່າຕິ່ງ ຖ້າໄດ້ຮັບສະໝັກເຂົ້າ
- ໃນເວລາການສືກສາ ຫາກມີການເຮັດຜິດກົດລະບຽບຂອງມະຫາໄລຮ່າຕິ່ງ ຜູ້ກ່ຽວຈະຫມົດສິດໃນການສືກສາຕໍ່ທີ່ມະຫາວິທະຍາໄລຮ່າຕິ່ງ.
ຜູ້ປົກຄອງ(ເຊັນແລະລະບຸຊື່): ……………………………..
(……………………………….)
ວັນ…..ເດືອນ…..ປີ20….
** ສ່ວນຂອງຫ້ອງການຟັດທະນາການສຶກສາ ຫນັງສ໊ທາງການຫມາຍເລກ: ……………. ຫ້ອງການ: ………………………………. ວັນລັບສະມັກສຳເນົາ: ……….………………………………………………………... ຄວາມຄິດເຫັນຂອງຫ້ອງການພັດທະນາການສຶກສາ: ບໍ່ລັບ ລັບ ໂຈະໄວ້ ວັນທີຕອບລັບສະມັກ: …………………………… ເວລາເຂົ້າສືກສາ: ປີການສືກສາ:………… ພາກຕົ້ນ1; ພາກປາຍ2; ພາກພັກແລ້ງ ຫ້ອງການຟັດທະນາການສຶກສາ (ເຊັນແລະລະບຸຊື່)
|